27/09/2026
ຈິດວິນຍານແຫ່ງນ້ຳກ້ຽງ ສິລະປະນ້ຳກ້ຽງ ຮ່ວມສະໄໝ: ມໍລະດົກດັ້ງເດີມ ແລະ ການສ້າງສັນຮ່ວມສະໄໝ
Workshops ກິດຈະກຳຝຶກອົບຮົມ 18 October (10:00~12:00)
nເດືອນຕຸລາ 2026, Institut français du Laos ທີ່ນະຄອນຫຼວງວຽງຈັນ ຈະເປັນສະຖານທີ່ຈັດງານວາງສະແດງອັນສຳຄັນ, ຊຶ່ງນຳສະເໜີສິລະປະ ແລະ ຫັດຖະກຳເຄື່ອງລັກຂອງອາຊີ. ນີ້ແມ່ນງານວາງສະແດງ ແລະ ໂຄງການຮູບແບບນີ້ຄັ້ງທຳອິດໃນລາວ.
ຄວບຄູ່ໄປກັບງານວາງສະແດງ, ໂຄງການຈະປະກອບມີການບັນຍາຍ, ການສາທິດເຕັກນິກ ແລະ ການຝຶກອົບຮົມແບບລົງມືເຮັດ. ນອກຈາກນັ້ນ, ການນຳສະເໜີວິດີໂອສຳພາດ, ຂໍ້ມູນພາບລວມດ້ານເຕັກນິກ ແລະ ເອກະສານຈາກຫໍຈົດໝາຍເຫດ ຈະຊ່ວຍໃຫ້ຜູ້ເຂົ້າຊົມໄດ້ເຂົ້າໃຈເຖິງສະຖານະການໃນປັດຈຸບັນ ແລະ ທິດທາງໃນອະນາຄົດຂອງສິລະປະ ແລະ ວັດທະນະທຳເຄື່ອງລັກ ໃນອາຊີຕາເວັນອອກສຽງໃຕ້.
Workshops ກິດຈະກຳຝຶກອົບຮົມ 18 October (10:00~12:00)
“Urushi-e” ເຕັກນິກການແຕ້ມພາບດ້ວຍນ້ຳກ້ຽງຂອງຍີ່ປຸ່ນ
ວິທະຍາກອນ: Irahara Mitsumi / Ako Kanae (ປະເທດຍີ່ປຸ່ນ)
ລາຍລະອຽດ: “Urushi-e” ແມ່ນເຕັກນິກການແຕ້ມພາບພື້ນເມືອງຂອງຍີ່ປຸ່ນ ໂດຍນຳໃຊ້ນ້ຳກ້ຽງປະສົມສີ. ໃນເວິກຊັອບນີ້, ຜູ້ເຂົ້າຮ່ວມຈະໄດ້ປະຕິບັດເຕັກນິກ Urushi-e ແບບງ່າຍດາຍ ເທິງຈານໄມ້ກົມຂະໜາດ 12 ຊມ ໂດຍນຳໃຊ້ນ້ຳກ້ຽງສີ, ເປືອກຫອຍ (ມຸກ), ເປືອກໄຂ່, ພ້ອມທັງຜົງຄຳ ຫຼື ຜົງເງິນ.
“Lai Rod Nam” ເຕັກນິກການປິດທອງຂອງໄທ
ວິທະຍາກອນ: Lipikorn Makaew (ປະເທດໄທ)
ລາຍລະອຽດ: “Lai Rod Nam” (ລາຍຣົດນ້ຳ) ແມ່ນເຕັກນິກການຕົກແຕ່ງດ້ວຍແຜ່ນຄຳປິວແບບດັ້ງເດີມຂອງໄທ. ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ ແລະ ສ້າງສັນຜົນງານເຕັກນິກ Lai Rod Nam ແບບງ່າຍດາຍ ເທິງແຜ່ນຮອງແກ້ວກົມຂະໜາດ
10 ຊມ.
“Kanyit” ເຕັກນິກການແກະສະຫຼັກລວດລາຍຂອງມຽນມາ
ວິທະຍາກອນ: Daw Ei Ei Khaing / Daw Maw Maw Aung (ເມືອງພຸກາມ, ປະເທດມຽນມາ)
ລາຍລະອຽດ: “Kanyit” ແມ່ນເຕັກນິກພື້ນເມືອງຂອງມຽນມາ ທີ່ໃຊ້ເຄື່ອງມືຄົມແຫຼມແກະສະຫຼັກລວດລາຍລົງເທິງຜິວນ້ຳກ້ຽງ ແລ້ວຝັງສີ. ຜູ້ເຂົ້າຮ່ວມຈະໄດ້ລອງໃຊ້ເຄື່ອງມືແຫຼມ ແກະສະຫຼັກລວດລາຍ Kanyit ແບບງ່າຍດາຍ ເທິງແຜ່ນຮອງແກ້ວກົມຂະໜາດ 12 ຊມ ຈາກມຽນມາ.
ເນື່ອງຈາກຈຳນວນຜູ້ເຂົ້າຮ່ວມມີຈຳກັດ, ຈຶ່ງຈຳເປັນຕ້ອງລົງທະບຽນລ່ວງໜ້າ. ກະລຸນາລົງທະບຽນໂດຍໃຊ້ແບບຟອມດ້ານລຸ່ມນີ້. ການລົງທະບຽນຈະເປີດໃນວັນທີ 1 ເດືອນຕຸລາ.
ກິດຈະກຳເວິກຊັອບນີ້ ຍິນດີຕ້ອນຮັບນັກຮຽນ, ນັກສຶກສາໃນລາວ ລວມເຖິງທຸກທ່ານທີ່ມີຄວາມສົນໃຈໃນງານຫັດຖະກຳດັ້ງເດີມ.
The workshop warmly welcomes students in Laos, along with anyone interested in traditional crafts.
Register here >> https://forms.gle/vXdzqk3iaw2nHjSH8